*(ຂປລ) : ຕາມການລາຍງານ ຂອງ ທ່ານຫົວໜ້າກົມປ່າໄມ້ ດຣ ສີລາວັນ ສະຫວັດວົງ ໃນກອງປະຊຸມສະ ຫລຸບວຽກງານກະສິກຳ ແລະ ປ່າໄມ້ 5 ປີ ຄັ້ງ VI, ໃຫ້ຮູ້ວ່າການຄຸ້ມຄອງປ່າສະຫງວນ ຍັງມີຫລາຍບັນຫາຕ້ອງໄດ້ເລັ່ງແກ້ໄຂປັບປຸງໃຫ້ສຳເລັດ ເປັນຕົ້ນ : ການສ້າງແຜນຈັດສັນປ່າສະຫງວນແຫ່ງຊາດໃນຂອບເຂດທົ່ວປະເທດຍັງບໍ່ສຳເລັດ, ຂາດການສ້າງ ແລະ ຕິດຕັ້ງຫລັກໝາຍເຂດແດນປ່າສະຫງວນ, ການສຳຫລວດຂໍ້ມູນເສດຖະກິດ-ສັງຄົມ ຂອງບ້ານຢູ່ໃນ ແລະ ອ້ອມຮອບປ່າສະຫງວນ, ການວາງແຜນນຳໃຊ້ທີ່ດິນ ແລະ ມອບດິນ-ມອບປ່າຢູ່ຂັ້ນບ້ານ, ການສົ່ງເສີມກິດຈະກຳພັດທະນາ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ. ພ້ອມນີ້ການສ້າງຄວາມສາມາດໃຫ້ແກ່ອົງການຈັດຕັ້ງ, ພະນັກງານ ແລະ ປະຊາຊົນໃນທ້ອງຖິ່ນຍັງບໍ່ທັນໄດ້ຈັດຕັ້ງປະຕິບັດເທື່ອ ຈຶ່ງເຮັດໃຫ້ປ່າສະຫງວນແຫ່ງຊາດຫລາຍແຫ່ງ ຍັງມີການບຸກລຸກບຽດຢຶດເອົາທີ່ດິນປ່າໄມ້, ບຸກລຸກທຳລາຍຖິ່ນຢູ່ອາໄສ ຂອງສັດປ່າ ແລະ ລັກລອບຂຸດຄົ້ນໄມ້ປະເພດຫວງຫ້າມ ໃນເຂດປ່າສະຫງວນເຊັ່ນ : ປ່າສະຫງວນແຫ່ງຊາດເຊປຽນ, ເຊບັ້ງນວນ, ພູຊຽງທອງ, ພູເຂົາຄວາຍ ແລະ ພູພະນັງ. ສິ່ງສຳຄັນແມ່ນຍັງບໍ່ສາມາດດຶງດູດເອົາກຳລັງແຮງຈາກປະຊາຊົນພາຍໃນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າເປັນກຳລັງຕົ້ນຕໍ ແລະ ມີສ່ວນຮ່ວມໃນການປົກປັກຮັກສາປ່າໄມ້, ສະກັດກັ້ນໄຟໄໝ້ລາມປ່າ ແລະ ສະກັດກັ້ນບັນດາປະກົດການລັກລອບຕັດໄມ້, ເຄື່ອນຍ້າຍໄມ້ ແລະ ອື່ນໆ.
ເພື່ອສືບຕໍ່ແກ້ໄຂປະກົດການທີ່ເກີດຂຶ້ນ ທ່ານຫົວໜ້າກົມປ່າໄມ້ ຍັງຊີ້ໃຫ້ເຫັນທິດທາງແກ້ໄຂ ຊຶ່ງກ່ອນອື່ນໝົດ ຕ້ອງໄດ້ສ້າງຕັ້ງຄະນະກຳມະການຮັບຜິດຊອບຄຸ້ມຄອງເຂດປ່າສະຫງວນແຫ່ງຊາດ ສະເພາະປ່າສະຫງວນແຫ່ງຊາດທີ່ມີເນື້ອທີ່ຕິດກັບຫລາຍແຂວງ ເຫັນດີໃຫ້ແຂວງທີ່ມີເນື້ອທີ່ປ່າສະຫງວນຫລາຍກວ່າ ເປັນຫົວໜ້າ. ພ້ອມນີ້ກໍຕ້ອງເລັ່ງສ້າງ ແລະ ປັບປຸງແຜນຈັດສັນປ່າສະຫງວນ ໃນທົ່ວປະເທດໃຫ້ສຳເລັດ ພ້ອມທັງດຳເນີນການຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດແຜນດັ່ງກ່າວອອກເປັນໂຄງການລະອຽດ ໂດຍເລັ່ງໃສ່ການກຳນົດ ແລະ ຈັດແບ່ງເຂດຕ່າງໆ ແລະ ປັກຫລັກໝາຍເຂດແດນໃຫ້ຈະແຈ້ງ. ສ່ວນການຄຸ້ມຄອງສັດນ້ຳ-ສັດປ່າ ຕ້ອງເພີ່ມທະວີຂອດປະສານສົມທົບ ລະຫວ່າງຂະແໜງການກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ. ການນຳເຂົ້າ, ສົ່ງອອກ ແລະ ນຳຜ່ານ ສັດນ້ຳ-ສັດປ່າ ຕ້ອງປະຕິບັດຕາມກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ ແລະ ສົນທິສັນຍາສາກົນ (CITES) ຢ່າງເຂັ້ມງວດ ແລະ ສືບຕໍ່ຊຸກຍູ້ ການສ້າງວັງສະຫງວນ ຢູ່ໃນເຂດປ່າສະຫງວນຂຶ້ນຕື່ມ ເພື່ອອະນຸລັກ ແລະ ປົກປັກຮັກສາພັນສັດນ້ຳ ໃຫ້ມີຈຳນວນເພີ່ມຂຶ້ນ.
ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປ່າສະຫງວນ ແລະ ສັດນ້ຳ, ສັດປ່າ ໃນໄລຍະຜ່ານມາທາງກະຊວງກະສິກຳ ແລະ ປ່າໄມ້ ໂດຍສະເພາະແມ່ນກົມປ່າໄມ້ ໄດ້ເອົາໃຈໃສ່ປົກປັກຮັກສາປ່າສະຫງວນແຫ່ງຊາດ 21 ແຫ່ງ ໃນນັ້ນມີ 2 ເຂດເຊື່ອມຕໍ່ ລະຫວ່າງປ່າສະຫງວນແຫ່ງຊາດ ນາກາຍ-ນ້ຳເທີນ ກັບ ພູຫີນບູນ ແລະ ປ່າສະຫງວນແຫ່ງຊາດນາກາຍ-ນ້ຳເທີນ ກັບ ພູຫີນໜາມໜໍ່, ພ້ອມນີ້ຍັງມີປ່າສະຫງວນຂອງແຂວງ 76 ແຫ່ງ ແລະ ຂອງເມືອງ 136 ແຫ່ງ ລວມເນື້ອທີ່ທັງໝົດ 4,7 ລ້ານເຮັກຕາ ເທົ່າກັບ 22% ຂອງເນື້ອທີ່ລວມປະເທດ. ໃນປີ 2005 ປ່າສະຫງວນແຫ່ງຊາດ ນ້ຳທາ ໄດ້ຖືກຮັບຮອງເອົາເປັນມໍລະດົກທາງດ້ານທຳມະຊາດຂອງອາຊຽນ, ປ່າສະຫງວນແຫ່ງຊາດຫີນໜາມ ໝໍ່ ກຳລັງນຳສະເໜີໃຫ້ລັດຖະບານ ພິຈາລະນາສະເໜີເຂົ້າເປັນມໍລະດົກໂລກ. ນອກນີ້ຍັງມີປ່າສະຫງວນຂອງແຂວງ ທີ່ສະເໜີຍົກລະດັບເປັນປ່າສະຫງວນແຫ່ງຊາດ ເຊັ່ນ : ປ່າສະຫງວນພູຜີ ແຂວງອຸດົມໄຊ, ປ່າສະຫງວນພູປຸງຈອງ ແລະ ພູສະບົດ ແຂວງຊຽງຂວາງ, ປ່າສະຫງວນຊຸນເຊໜໜອງມ້າ ແຂວງຄຳມວນ ແລະ ປ່າສະຫງວນ ລະວິງ-ລະເວີນ ແຂວງສະຫວັນນະເຂດ. ປະເດັນສຳທີ່ຕິດພັນກັບການຄຸ້ມຄອງປ່າສະຫງວນ ແລະ ສັດນ້ຳ-ສັດປ່າ ຄື ປະຈຸບັນ ສປປ ລາວ ໄດ້ເຂົ້າເປັນພາຄີຂອງສົນທິສັນຍາສາກົນ ດ້ານຊີວະນາໆພັນ, ການຄຸ້ມຄອງສັດປ່າທີ່ຫາຍາກ, ການປ້ອງກັນການຫັນປ່ຽນສະພາບດິນຟ້າອາກາດ ຊຶ່ງໄດ້ກາຍເປັນພື້ນຖານໃຫ້ແກ່ການຮ່ວມມື ທີ່ກວ່າງຂວາງໃນຂົງເຂດວຽກງານປ່າໄມ້ໃນອານາຄົດ./.